The Lao People's Revolutionary Party - ພັກປະຊາຊົນປະຕິວັດລາວ

The Lao People's Revolutionary Party - ພັກປະຊາຊົນປະຕິວັດລາວ
 

ເດີນຕາມລັດທິມາກເລນິນ

ຊົນຊັ້ນເດີນດິນຢ່າງກຳມະກອນເຮົາລະໜາ

ດັ່ງແສງທອງສາດສ່ອງທົ່ວຟ້າເປັນແມ່ແບບການພັດທະນາ 

ຂອງພັກປະຊາຊົນປະຕິວັດລາວເອົ້າພັກປະຊາຊົນປະຕິວັດລາວ


ຄືພັກການການເມືອງອົງອາດ

ປະຕິວັດຊາດປ່ຽນແປງລະບອບເກົ່າ

ແບກພາລະຍິ່ງໃຫຍ່ຊີ້ຂາດຊາຕາກຳລາວ

ນຳພາມີໄຊເປັນກ້າວຕໍ່ສູ້ປັດເປົ່າໄພລີຮຸກຮານ


ສ່ອງໄສສະຫລຽວສະຫລາດ

ນຳລາວທັງຊາດພັດທະນານັບວັນ

ເສດຖະກິດກ້າວໄກສັງຄົມວິໄລຊື່ນບານ

ເຮົາພູມໃຈຫາໃດປຽບປານຍ້ອນພັກເທົ່ານັ້ນທຸກສິ່ງຈຶ່ງໄດ້ມີມາ


ເດີນຕາມລັດທິມາກເລນິນ

ຊົນຊັ້ນເດີນດິນຢ່າງກຳມະກອນເຮົາລະໜາ

ດັ່ງແສງທອງສາດສ່ອງທົ່ວຟ້າເປັນແມ່ແບບການພັດທະນາ 

ຂອງພັກປະຊາຊົນປະຕິວັດລາວເອົ້າພັກປະຊາຊົນປະຕິວັດລາວ


ຍຶດຖືເຄົາລົບໃນກົດ

ສິດຜົນປະໂຫຍດປະຊົາຊົນບັນດາເຜົ່າ

ຄວາມຜາສຸກຮັ່ງມີພັກນີ້ຄິດບໍ່ເຊົາ

ຫ່ວງໃຍເບິ່ງແຍງແບ່ງເບົາເປົ້າໝາຍຄືລາວຢູ່ດີກິນດີ


ຫົນທາງພັກອັນຍິ່ງໃຫຍ່

ຊິກ້າວໄປໄດ້ຕ້ອງສາມະຄີ

ພັກຮຽກຮ້ອງຕ້ອງການຄົນເກັ່ງມາເຮັດໜ້າທີ່

ຄວາມຮູ້ຄວາມສາມາດຕ້ອງມີມາດຖານແບບນີ້ສົມເປັນຜູ້ນຳພາ


ເດີນຕາມລັດທິມາກເລນິນ

ຊົນຊັ້ນເດີນດິນຢ່າງກຳມະກອນເຮົາລະໜາ

ດັ່ງແສງທອງສາດສ່ອງທົ່ວຟ້າເປັນແມ່ແບບການພັດທະນາ 

ຂອງພັກປະຊາຊົນປະຕິວັດລາວເອົ້າພັກປະຊາຊົນປະຕິວັດລາວ


ມາຮ່ວມໃຈສ້າງພັກເຖີດຊາວລາວພັກຈະເດີນກ້າວກະຍ້ອນຄົນເຮົານີ້ລະ

ຄຸນສົມບັດສິນທຳປະຕິວັດຄຸນທາດການເມືອງຕ້ອງຝຶກຝົນພັດທະນາ

ເພື່ອພັກປອດໃສເຂັ້ມແຂງໜັກແໜ້ນຄູ່ຟ້າກ້າວໄປຂ້າງໜ້າສູ່ສັງຄົມນິຍົມ ເອົ້າ


ເດີນຕາມລັດທິມາກເລນິນ

ຊົນຊັ້ນເດີນດິນຢ່າງກຳມະກອນເຮົານີ້ໜາ

ດັ່ງແສງທອງສາດສ່ອງທົ່ວຟ້າເປັນແມ່ແບບການພັດທະນາ 

ຂອງພັກປະຊາຊົນປະຕິວັດລາວເອົ້າພັກປະຊາຊົນປະຕິວັດລາວ

Comments

Popular posts from this blog

Katyusha - Катюша (Kazakh Ver.)

The Song of Salt - Солёная песня

Chceme Nazad Košice